ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ
ລົງປະກາດການຈັດຕັ້ງຢູ່ກອງບັນຊາການທະຫານແຂວງຊຽງຂວາງ


    ໃນວັນທີ 20 ກໍລະກົດ 2023 ນີ້, ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ, ຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການ
ເມືອງກອງທັບ ໄດ້ລົງປະກາດການຈັດຕັ້ງ ຢູ່ກອງບັນຊາກາທະຫານແຂວງຊຽງຂວາງ ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ຂັນທອງ
ວົງອຳຄາ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີບັນດາສະຫາຍຮອງກົມພະນັກງານ, ກົມໃຫຍ່ການເມືອງ, ກົມ
ເສນາ-ພະລາ ກົມໃຫຍ່ພະລາທິການ, ແຂກທີ່ຖືກເຊີນ ແລະ ພະນັກງານຫຼັກແຫຼ່ງຂອງກອງບັນຊາການທະຫານແຂວງຊຽງຂວາງ ເຂົ້າຮ່ວມ.

     ສະຫາຍ ພັນເອກ ວົງເພັດ ວົງສະຫວັນ ຮອງກົມພະນັກງານ, ກົມໃຫຍ່ການເມືອງກອງທັບ ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍ ການອານຸມັດ ໃຫ້
ນາຍທະຫານພັກການ ເຂົ້າຮັບບຳນານ, ການຍົກຍ້າຍ-ແຕ່ງຕັ້ງຕຳແໜ່ງບັນຊາ ຢູ່ກອງບັນຊາການທະຫານແຂວງຊຽງຂວາງ ເລກທີ 3539/ກປທ
ລົງວັນທີ 26 ພຶດສະພາ 2023 ກະຊວງປ້ອງກັນປະເທດ ຕົກລົງ ອານຸຍາດໃຫ້ ສະຫາຍ ພັນເອກ ຄຳເຜີຍ ທອງປັນຍາ ຮອງຫົວໜ້າກອງບັນຊາ
ການ ຮັບຜິດຊອບວຽກງານພະລາທິການ ກອງບັນຊາການທະຫານແຂວງຊຽງຂວາງ ພັກການ ເພື່ອກຽມຮັບເບ້ຍບຳນານ, ແຕ່ງຕັ້ງ ພັນໂທ ພົມມີ
ໄຊຍະຈິດ ເປັນຮອງຫົວໜ້າກອງບັນຊາການ ຮັບຜິດຊອບວຽກງານພະລາທິການ ທັງເປັນຫົວໜ້າຫ້ອງ, ນຳສົ່ງ ສະຫາຍ ພັນໂທ ໂພໄຊ ອຸດົມສຸກ
ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງຊຽງ
ຂວາງ, ແຕ່ງຕັ້ງສະຫາຍ ພັນໂທ ປິ່ນແກ້ວ ປະອິນພອນ ເປັນຮອງຫົວໜ້າຫ້ອງເສນາທິການ ແລະ ແຕ່ງຕັ້ງ ສະຫາຍ ພັນໂທ ຕຸ້ຍ ສີລາເດດ ເປັນ
ຮອງຫົວໜ້າຫ້ອງພະລາທິການ.

     ໃນຕອນທ້າຍ ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດໃນຫຼາຍດ້ານ ທີ່ກອງບັນຊາ
ການທະຫານແຂວງຊຽງຂວາງ ສ້າງມາໄດ້ໃນໄລຍະຜ່ານມາ ແລະ ໄດ້ເນັ້ນໜັກ ໃຫ້ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ
ໂດຍສະເພາະ ແມ່ນຜູ້ທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ ຈົ່ງພ້ອມກັນເອົາໃຈໃສ່ໃນການເຮັດໜ້າທີ່ການເມືອງຂອງຕົນ ດ້ວຍຄວາມຮັບຜິດຊອບ
ສູງ, ສືບຕໍ່ຊີ້ນຳໆພາຂົງເຂດວຽກງານທີ່ຕົນຮັບຜິດຊອບ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ພ້ອມກັນສ້າງຜົນງານໃນຫຼາຍດ້ານ ເພື່ອກະກຽມ
ຄວາມພ້ອມໃນການເປັນເຈົ້າພາບຈັດງານແຂ່ງຂັນສິລະປະ ແລະ ກິລາ ເຂດ 2 ເນື່ອງໃນໂອກາດວັນສ້າງຕັ້ງກອງທັບຄົບຮອບ 75 ປີ ໃຫ້ມີ
ຄວາມໝາຍເລິກເຊິ່ງ ແລະ ມີບັນຍາກາດຟົດຟື້ນມ່ວນຊື່ນ.

ແຫຼ່ງທີ່ມາ: ສົມຮັກ ຈັນທະວົງສາ
ວັນທີ 25/07/2023